
ເມືອງ ນານ ແຂວງ ຫລວງພະບາງ ຈັດງານບຸນຊ່ວງເຮືອປະຈໍາປີ 2024 ຂຶ້ນ ໃນວັນທີ 17 ຕຸລາ ນີ້ ທີ່ ຍຶ່ງນ້ໍານານ ເຂດເທດສະບານເມືອງ ໂດຍໃຫ້ກຽດຮ່ວມຊົມມີທ່ານ ນາງ ສີລິພອນ ສຸພັນທອງ ຮອງເຈົ້າແຂວງ ຫລວງພະບາງ,ທ່ານ ຄໍາເກັ່ງ ຈັນທະວີສຸກ ເຈົ້າເມືອງນານ,ມີບັນດາການນໍາແຂວງ,ເມືອງ,ແຂກຖືກເຊີນ ພ້ອມດ້ວຍ ປະຊາຊົນ ແລະມ່ວນຊົນເຂົ້າຮ່ວມຊົມຢ່າງຫຼວງຫຼາຍ.


ເຊິ່ງປີນີ້ມີເຮືອເຂົ້າແຂ່ງຂັນ ທັງໝົດ 16 ລໍາ, ຜ່ານການແຂ່ງຂັນ ເຫັນໄດ້ວ່າ ເຮືອຊ່ວງ ບ້ານ ສີມຸງຄຸນ ສາມາດ ຄວ້າແຊ້ມ ໄດ້ຮັບຂັນເງິນນໍ້າໜັກ 1 ກິໂລ, ຂັນຄອງແຊ້ມ 3 ປີ ພ້ອມຂັນແຊ້ມປະຈໍາປີ ເປັນຂັນເງິນ ນໍ້າໜັກ 1 ກິໂລກ ແລະເງິນສົດ 10.000.000 ກີບ.
ທີ 2 ເຮືອຊ່ວງບ້ານ ປາກຄອນ ໄດ້ຮັບຂັນເງິນ ນ້ຳໜັກ 500 ກຼາມ, ພ້ອມເງິນສົດ 7.000.000 ກີບ.
ທີ 3 ເຮືອຊ່ວງ ບ້ານ ໂພນ ໄດ້ຮັບຂັນເງີນນໍ້າໜັກ 500 ກຼາມ, ພ້ອມເງິນສົດ 5.000.000 ກີບ.
ທີ 4 ເຮືອຊ່ວງ ບ້ານ ຫ້ວຍຫອຍ ໄດ້ຮັບເງິນສົດ 4.200.000 ກີບ.
ທີ 5 ເຮືອຊ່ວງ ບ້ານ ນາຝາຍ ໄດ້ຮັບເງິນສົດ 3.600.000 ກີບ.
ທີ 6 ເຮືອຊ່ວງ ບ້ານ ທົ່ງພຽງວິໄລ ໄດ້ຮັບເງີນສົດ 3.400.000 ກີບ.
ທີ 7 ເຮືອຊ່ວງ ບ້ານ ນາເຄີນ ໄດ້ຮັບເງີນສົດ 3.200.000 ກີບ.
ທີ 8 ເຮືອຊ່ວງ ບ້ານ ໂພນແກ້ວ ໄດ້ຮັບເງີນສົດ 3.000.000 ກີບ.
ທີ 9 ຮ່ວມ ລວມມີ: ເຮືອຊ່ວງ ບ້ານຄົກຕົມ, ບ້ານຜາໜີບ,ບ້ານ ທາດ ແລະ ບ້ານປ່າໄຜ ໄດ້ຮັບລາງວັນເງິນສົດ ລາງວັນລະ 2.500.000 ກີບ.
ທີ 13 ຮ່ວມ ລວມມີ: ເຮືອຊ່ວງ ບ້ານ ດອນຕູມ,ບ້ານ ນາເລົ່າ, ບ້ານ ສີບຸນເຮືອງ ແລະ ບ້ານ ນາລິນ ໄດ້ຮັບລາງວັນເງິນສົດ ລາງວັນລະ 2.300.000 ກີບ.

ໃນການແຂ່ງຂັນເຮືອຊ່ວງຢູ່ທີ່ເມືອງນານ ຍັງໄດ້ມີການປະກວດເຮືອຊ່ວງງາມ ທີ 1 ໄດ້ແມ່ນເຮືອຊ່ວງ ບ້ານ ສີມຸງຄຸນ ໄດ້ຮັບລາງວັນເງິນສົດ 1.500.000ກີບ.ທີ 2 ເຮືອຊ່ວງ ບ້ານ ໂພນ ໄດ້ຮັບລາງວັນເງິນສົດ 1.000.000 ກີບ,ທີ 3 ເຮືອຊ່ວງ ບ້ານ ດອນຕູມ ໄດ້ຮັບເງິນສົດ 800.000ກີບ ແລະທີ 4 ເຮືອຊ່ວງ ບ້ານ ທາດ ໄດ້ຮັບເງິນສົດ 500.000 ກີບ. ໂດຍແມ່ນທ່ານເຈົ້າເມືອງ ແລະຄະນະພັດປ່ຽນກັນມອບຢ່າງສົມກຽດ.