
ເພື່ອເປັນການໂຄສະນາ ແລະ ເຮັດໃຫ້ການທ່ອງທ່ຽວ ແຂວງ ຫລວງພະບາງມີບັນຍາກາດຟົດຟື້ນ,ເບີກບານມ່ວນຊື່ນ ແລະ ມີຫຼາກຫຼາຍກິດຈະກໍາທີ່ເປັນການດຶງດູດນັກທ່ອງທ່ຽວທັງພາຍໃນ – ຕ່າງປະເທດໃຫ້ມາທ່ອງທ່ຽວແຂວງຫລວງພະບາງ ເມືອງມໍລະດົກໂລກ ໃຫ້ຫຼາຍຂຶ້ນ . ດັ່ງນັ້ນໃນຕອນເຊົ້າຂອງວັນທີ 14 ທັນວາ 2024 ເຊິ່ງເລີ້ມແຕ່ເວລາ 6 ໂມງ 00 ນາທີຢູ່ທີ່ເສັ້ນທາງ ກາງເມືອງ ຫລວງພະບາງ ໄດ້ຈັດຂະບວນຂີ່ລົດຖີບເພື່ອສຸຂະພາບ ສົ່ງເສີມວັດທະນະທໍາ ແລະ ທ່ຽວຊົມ ງານຫລວງພະບາງ ງາມແທ້ໂອ້ ໃຫ້ກຽດເຂົ້າຮ່ວມ ມີ ທ່ານ ນາງ ສີລິພອນ ສຸພັນທອງ ຮອງເຈົ້າແຂວງ ຫລວງພະບາງ, ທ່ານ ປອ ນາງ ສຸດາພອນ ຄົມທະວົງ ຫົວໜ້າພະແນກ ຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ແຂວງຫຼວງພະບາງ, ທ່ານ ນາງ ພອນມະລີ ອິນທະພົມ ຫົວໜ້າກົມພັດທະນາການທ່ອງທ່ຽວ, ກະຊວງ ຖວທ ມີບັນດາ ທ່ານການນຳ ຂັ້ນແຂວງ ຫລວງພະບາງ ,ການນໍາ ແຂວງວຽງຈັນ ແລະ ແຂວງຈຳປາສັກ ,ຜູ້ປະກອບການທຸລະກິດການທ່ອງທ່ຽວຕ່າງໆ ແລະ ນັກຖີບລົດ ເຂົ້າຮ່ວມ.

ຈຸດປະສົງຂອງການຈັດງານໃນມື້ນີ້ແມ່ນ ເພື່ອສົ່ງເສີມ ແລະ ອະນຸຮັກທາງດ້ານວັດທະນະທຳເພື່ອການທ່ອງທ່ຽວ, ເພື່ອຫຼຸດຜ່ອນມົນລະພິດທາງດ້ານສິ່ງແວດລ້ອມ ຢູ່ພາຍໃນນະຄອນ ຫຼວງພະບາງ ຂອງພວກເຮົາ ແລະ ເປັນກິດຈະກຳສຸດທ້າຍຂອງການຈັດງານສະຫຼອງປີທ່ອງທ່ຽວລາວ 2024 ຂອງແຂວງຫຼວງພະບາງ.ໃນໄລຍະຜ່ານມາ, ອົງການປົກຄອງແຂວງຫຼວງພະບາງ ກໍໄດ້ເອົາໃຈໃສ່ສົ່ງເສີມວຽກງານການທ່ອງທ່ຽວ ເຊິ່ງໄດ້ມີການໂຄສະນາ ແລະ ສົ່ງເສີມຜະລິດຕະພັນທີ່ເປັນເອກະລັກສະເພາະຂອງຊາວຫຼວງພະບາງ ເປັນຕົ້ນແມ່ນ: ວິຖີການດຳລົງຊີວິດ, ອາຫານ ການກິນ, ການນຸ່ງຖື, ວັດທະນະທຳ ແລະ ຮີດຄອງປະເພນີຕ່າງໆ ທີ່ເປັນມໍຣະດົກຕົກທອດກັນມາ ເປັນເວລາຍາວນານ ເພື່ອເປັນການຄຸ້ມຄອງ, ປົກປັກຮັກສາ ແລະ ໂຄສະນາໃຫ້ຊາວໂລກຮັບຮູ້ ແລະ ເຂົ້າໃຈ. ແນໃສ່ໂຄສະນາດຶງດູດດ້ານການຕະຫຼາດການທ່ອງທ່ຽວ ທັງພາຍໃນ ແລະ ຕ່າງປະເທດ ເຮັດໃຫ້ນັກທ່ອງທ່ຽວເຂົ້າມາທ່ຽວຊົມຫຼວງພະບາງເຮົາໃຫ້ນັບມື້ນັບຫຼາຍຂຶ້ນໃນແຕ່ລະປີ.

ການຈັດກິດຈະກຳການຂີ່ລົດຖີບມວນຊົນ ເພື່ອສົ່ງເສີມວັດທະນະທຳ ແລະ ທ່ຽວຊົມງານ “ຫຼວງພະບາງງາມແທ້ໂອ້” ຄັ້ງທີ II ລາດຊ່າງຄ້ອງ ວິຖີເຂົ້າ ວິຖີຫຼວງພະບາງ, ແມ່ນກິດຈະກຳທີ່ມີຄວາມໝາຍສຳຄັນ ຕໍ່ກັບວຽກງານໂຄສະນາດຶງດູດການທ່ອງທ່ຽວເປັນຢ່າງດີ, ພ້ອມນີ້ ຍັງສາມາດເຮັດໃຫ້ມວນຊົນທີ່ເຂົ້າຮ່ວມໄດ້ຮັບຮູ້ຄວາມໝາຍສຳຄັນໃນການຮັກສາ ແລະ ສົ່ງເສີມວິຖີຊີວິດ, ວັດທະນະທຳ ແລະ ຮີດຄອງປະເພນີອັນເປັນເອກະລັກຂອງຊາວຫຼວງພະບາງ ເມືອງມໍຣະດົກໂລກ ໃຫ້ກາຍເປັນຈຸດໝາຍປາຍທາງການທ່ອງທ່ຽວ ທີ່ໜ້າສົນໃຈຂອງນັກທ່ອງທ່ຽວຢູ່ໃນທົ່ວທຸກມຸມໂລກ. ການຂີ່ລົດຖີບມື້ນີ້ ແມ່ນເພື່ອການສົ່ງເສີມວັດທະນະທຳ ພ້ອມທັງເປັນການຫຼຸດຜ່ອນມົນລະພິດທາງດ້ານສິ່ງແວດລ້ອມ. ຫຼວງພະບາງຂອງພວກເຮົາເປັນເມືອງນ້ອຍ ແລະ ງຽບສະຫງົບ, ສະນັ້ນ ເພື່ອເປັນການຫຼຸດຜ່ອນຄວາມແອອັດໃນການສັນຈອນ, ພວກເຮົາສົ່ງເສີມການນຳໃຊ້ພາຫະນະທີ່ເປັນມິດຕໍ່ສິ່ງແວດລ້ອມ ແລະ ການຖີບລົດຊົມທິວທັດຕົວເມືອງ, ສະຖານທີ່ທ່ອງທ່ຽວ, ໝູ່ບ້ານຕ່າງໆດ້ວຍຄວາມເພີດເພີນ ແລະ ເບີກບານມ່ວນຊື່ນ ແລະ ຍັງຮັກສາໄວ້ວັດທະນະທຳອັນດັ່ງເດີມຂອງຫຼວງພະບາງອີກດ້ວຍ. 

ໃນ ໂອກາດ ນີ້ ທ່ານ ນາງ ສີລິພອນ ສຸພັນທອງ ຮອງເຈົ້າແຂວງ ໄດ້ຮຽກຮ້ອງມາຍັງມວນຊົນຊາວຫຼວງພະບາງ ທຸກຖ້ວນໜ້າທີ່ເຂົ້າຮ່ວມກິດຈະກຳຂີ່ລົດຖີບໃນຄັ້ງນີ້ ຈົ່ງພ້ອມກັນມີສ່ວນຮ່ວມປະກອບສ່ວນເຂົ້າໃນການປົກປັກຮັກສາວັດທະນະທຳທີ່ເປັນເອກະລັກ ສະເພາະຂອງຊາວຫຼວງພະບາງໃຫ້ຍືນຍົງ ເພື່ອການທ່ອງທ່ຽວ ແລະ ຂໍເຊີນຊວນມາຍັງມວນຊົນຊາວຫຼວງພະບາງທຸກໆທ່ານ ພ້ອມກັນຈັດຕັ້ງປະຕິບັດກິດຈະກຳດັ່ງກ່າວນີ້ໃຫ້ປະສົບຜົນສຳເລັດຕາມລະດັບຄາດໝາຍທີ່ວາງໄວ້.
ພາບ+ຂ່າວ: ທະນູສິນ ອິດທິພົນ